ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊ ພິລະອາດຫານຊັ້ນ I
ໃຫ້ເຈົ້າແຂວງ ແຂວງບໍລິຄຳໄຊ
ໃນວັນທີ 6 ມີນາ 2023 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໄດ້ມີພິທີປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ເຈົ້າແຂວງ ແຂວງບໍລິຄຳໄຊ
ທີ່ມີຜົນງານໃນການເຄື່ອນໄຫວ ນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຂວງບໍລິຄຳໄຊ ໃນໄລຍະ 10 ປີ ( 2012-2022), ໂດຍ
ການເຂົ້າຮ່ວມ ແລະ ປະດັບຫຼຽນໄຊຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງ
ປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດມີ ສະຫາຍ ປອ ກອງແກ້ວ ໄຊ
ສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງ ແຂວງບໍລິຄຳໄຊ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີ
ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ກົມນະໂຍບາຍກົມໃຫຍ່ການເມືອງກອງທັບ, ຄະນະກຳມະການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບແຂວງບໍລິຄຳໄຊ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ປກຊ-ປກສ ແຂວງເຂົ້າຮ່ວມ.
ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງບໍລິຄຳໄຊ ເພື່ອຍ້ອງຍໍຜົນງານໃນການເຄື່ອນໄຫວ ນຳພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຂວງບໍລິຄຳໄຊ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ຮັບ ການພັດທະນາຮອບດ້ານເປັນກ້າວໆມາໃນຕະຫຼອດໄລຍະ 10 ປີ ຜົນງານດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສ້າງສາ ແລະ ພັດທະນາ ປະເທດຊາດ. ໃນພິທີຍັງໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ ແຂວງບໍລິຄຳໄຊ ໃນໄລຍະ 10 ປີຜ່ານມາ ເຫັນວ່າທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່າໄດ້ມີການປ່ຽນແປງໄປໃນທິດທາງທີ່ດີ ເຮັດ ໃຫ້ທຸກຊັ້ນຄົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງແຂງແຮງ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າແຂວງ ແຂວງບໍລິຄຳໄຊ ກໍຄືຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງທີ່ໄດ້ນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະ ຫງົບ. ພ້ອມດຽວກັນນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ການນຳແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະ ວີຄວາມເປັນເຈົ້າການນຳພາ-ຊີ້ນຳ ຕໍ່ຂົງເຂດວຽກງານດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນຳກຳລັງຫັນກໍ່ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດໝາຍເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກຳແໜ້ນໜ້າ ທີ່ພາລະບົດບາດຂອງຕົນຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ, ຖືເອົາການ ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ແລະ ເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເປັນພື້ນຖານ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີຄຸນນະພາບສູງສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/03/2023